ການເຂົ້າຮ່ວມໂດເມນ Active Directory ຫຼື FreeIPA

Oliver Gutierrez Version F38 Last review: 2021-07-04

Fedora ສາມາດເຂົ້າຮ່ວມໂດເມນ Active Directory ແລະ FreeIPA ໂດຍການນຳໃຊ້ຄຳສັ່ງ realm.

ຖ້າທ່ານຕ້ອງການໃຫ້ເຄື່ອງ Fedora ຂອງທ່ານເຂົ້າເປັນສ່ວນໜຶ່ງຂອງໂດເມນ Active Directory ຫຼື FreeIPA ພຽງແຕ່ປະຕິບັດຕາມຂັ້ນຕອນເຫຼົ່ານີ້

  1. ຮວບຮວມຂໍ້ມູນທີ່ຈຳເປັນ

    • ຖ້າເຄືອຂ່າຍຂອງທ່ານບໍ່ໄດ້ຖືກຕັ້ງຄ່າໃຫ້ຕິດຕັ້ງ DNS ໄປຫາ DNS ຂອງໂດເມນໂດຍອັດຕະໂນມັດ, ທ່ານຈະຕ້ອງມີທີ່ຢູ່ IP DNS ຂອງໂດເມນ.

    • ທ່ານຈະຕ້ອງລະບຸຂໍ້ມູນການເຂົ້າລະບົບ (credentials) ຂອງຜູ້ໃຊ້ໂດເມນທີ່ມີສິດໃນການນຳເຄື່ອງໃໝ່ເຂົ້າຮ່ວມໂດເມນ.

  2. ຕັ້ງຄ່າ DNS ເພື່ອໃຊ້ເຊີບເວີ DNS ຂອງໂດເມນ Active Directory ຫຼື FreeIPA (ຖ້າເຄືອຂ່າຍຂອງທ່ານໃຊ້ DHCP ເພື່ອຕັ້ງຄ່າ DNS ນີ້ໄປຫາເຊີບເວີທີ່ຖືກຕ້ອງແລ້ວ, ໃຫ້ຂ້າມຂັ້ນຕອນນີ້) ທ່ານສາມາດເຮັດສິ່ງນີ້ໄດ້ໂດຍການແກ້ໄຂການຕັ້ງຄ່າເຄືອຂ່າຍຜ່ານແຜງການຕັ້ງຄ່າ GNOME ຫຼື ທ່ານສາມາດແກ້ໄຂໄຟລ໌ /etc/systemd/resolved.conf ໂດຍກົງ ແລະ ເພີ່ມ DNS ຂອງທ່ານດ້ວຍຕົນເອງ.

    [Resolve]
    DNS=192.168.122.143 172.17.0.2 1.0.0.1
  3. ຫຼັງຈາກບັນທຶກໄຟລ໌ແລ້ວ, ໃຫ້ເລີ່ມການບໍລິການ systemd-resolved ໃໝ່.

    $ sudo systemctl restart systemd-resolved
  4. ປ່ຽນຊື່ເຄື່ອງໃຫ້ເປັນຊື່ທີ່ທ່ານຕ້ອງການ + ຊື່ໂດເມນ.

    $ sudo hostnamectl set-hostname my_machine.example.domain
  5. ໃຊ້ຄຳສັ່ງ realm ເພື່ອເອົາເຄື່ອງເຂົ້າຮ່ວມໂດເມນ.

    $ sudo realm join example.domain -v
  6. ຫຼັງຈາກຄຳສັ່ງສິ້ນສຸດລົງ ເຄື່ອງດັ່ງກ່າວຄວນຈະເຂົ້າເປັນສ່ວນໜຶ່ງຂອງໂດເມນ Active Directory ຫຼື FreeIPA ແລ້ວ