ວັນທົດສອບເຄີເນີນ (Kernel Test Days)
ຄູ່ມືແບບຫຍໍ້ສຳລັບວັນທົດສອບເຄີເນີນ.
ໃນຊ່ວງ ວັນທົດສອບເຄີເນີນ, ຜູ້ປະກອບສ່ວນຈະຖືກຂໍໃຫ້ລັນ ການທົດສອບ Kernel Regression ເຊິ່ງຈະຊ່ວຍໃນການກວດຫາ ແລະ ແກ້ໄຂບັນຫາຕ່າງໆກັບເຄີເນີນເວີຊັນໃໝ່ ກ່ອນທີ່ຈະນຳໄປໃຊ້ໃນວົງກວ້າງ. ມັນປະກອບດ້ວຍການລັນຊຸດການທົດສອບຕ່າງໆທີ່ສະໜອງໃຫ້ໂດຍ Kernel Test Suite
ເປົ້າໝາຍຫຼັກຂອງວັນທົດສອບເຄີເນີນແມ່ນເພື່ອທົດສອບເຄີເນີນໃໝ່ໃນຫຼາຍໆເຄື່ອງທີ່ແຕກຕ່າງກັນເທົ່າທີ່ຈະເປັນໄປໄດ້, ດັ່ງນັ້ນທຸກໆວັນທົດສອບເຄີເນີນໃໝ່ຈະຖືກປະກາດລ່ວງໜ້າບາງມື້ຜ່ານທາງໂພສ fedoramagazine.
ສິ່ງທີ່ຄວນເຮັດໃນຊ່ວງວັນທົດສອບເຄີເນີນ
ສິ່ງທຳອິດທີ່ຕ້ອງເຮັດຄືການເອົາເຄີເນີນເວີຊັນທີ່ຖືກຕ້ອງມາທົດສອບ. ມີຫຼາຍວິທີໃນການເອົາເຄີເນີນມາ ແລະ ທົດສອບມັນ:
ການໃຊ້ ອິເມຈວັນທົດສອບ (test day image)
ໃນຊ່ວງວັນທົດສອບ ຈະມີໜ້າວິກິສະເພາະທີ່ຈະໃຫ້ລິ້ງດາວໂຫຼດ ອິເມຈວັນທົດສອບ ເຊິ່ງເປັນ Fedora ແບບ live ທີ່ມີເຄີເນີນເວີຊັນທີ່ຈະທົດສອບຢູ່ພາຍໃນນັ້ນແລ້ວ. ອິເມຈວັນທົດສອບຍັງມີ test suite ຫຼື ສະຄຣິບສຳລັບທົດສອບເຄີເນີນໃນເຄື່ອງຂອງທ່ານ. ໄຟລ໌ .iso ທີ່ດາວໂຫຼດມາຈະຕ້ອງຖືກຂຽນລົງໃນ ຢູເອສບີທີ່ບູດໄດ້ (bootable USB stick).
| ກວດສອບ ຄູ່ມືນີ້ ສຳລັບການສ້າງ ຢູເອສບີທີ່ບູດໄດ້. |
ຈາກນັ້ນທ່ານສາມາດບູດ ອິເມຈແບບ live ແລະ ລັນການທົດສອບໄດ້ໂດຍບໍ່ຕ້ອງກັງວົນວ່າຈະເຮັດໃຫ້ລະບົບປະຕິບັດການຂອງທ່ານມີບັນຫາ.
ການໃຊ້ ເຄື່ອງສະເໝືອນ (Virtual Machine)
ທ່ານຍັງສາມາດຕິດຕັ້ງເຄີເນີນເວີຊັນທີ່ຕ້ອງການລົງໃນ ເຄື່ອງສະເໝືອນ (Virtual Machine) ທີ່ລັນ Fedora ເວີຊັນຫຼ້າສຸດ ແລະ ທົດສອບໃນ VM ໄດ້. ໃນກໍລະນີນີ້ ທ່ານພຽງແຕ່ເພີ່ມ ຄັງເກັບ Copr ນີ້ ລົງໃນ Fedora ທີ່ລັນຢູ່ໃນ VM ຂອງທ່ານ.
ເມື່ອທ່ານເພີ່ມຄັງເກັບແລ້ວ, ໃຫ້ຕິດຕັ້ງເຄີເນີນເພື່ອທົດສອບ:
$ sudo dnf upgrade && sudo dnf install kernel-5.0.0-200.fc29.x86_64
-
ໃນຕົວຢ່າງຂ້າງເທິງ, ພວກເຮົາຕິດຕັ້ງ kernel-5.0.0-200 ລົງໃນ fedora 29 ທີ່ມີສະຖາປັດຕະຍະກຳແບບ 64 bit.
-
ຣີບູດເຄື່ອງ ແລະ ທ່ານກໍພ້ອມທີ່ຈະທົດສອບແລ້ວ.
ການໃຊ້ Koji
ໃນຊ່ວງວັນທົດສອບເຄີເນີນ, ໜ້າວິກິສະເພາະຈະໃຫ້ລິ້ງເພື່ອດາວໂຫຼດເຄີເນີນເວີຊັນທີ່ຫາກໍສ້າງໃໝ່ເພື່ອທົດສອບ ໂດຍກົງຈາກ koji builds. ວິທີນີ້ແນະນຳສຳລັບຜູ້ໃຊ້ທີ່ເປີດໃຊ້ secure boot.
| ຄຳເຕືອນ: ທ່ານຍັງສາມາດຕິດຕັ້ງ ແລະ ທົດສອບເຄີເນີນໃໝ່ລົງໃນ Workstation/Server ຂອງທ່ານໄດ້, ໃນເຄື່ອງຄອມພິວເຕີຕົວຈິງ, ແຕ່ຂໍໃຫ້ແນ່ໃຈວ່າທ່ານບໍ່ມີຂໍ້ມູນສຳຄັນຢູ່ໃນນັ້ນ ເພາະສິ່ງຕ່າງໆອາດຜິດພາດໄດ້ — ຫ້າມເຮັດແບບນີ້ໃນເຄື່ອງທີ່ໃຊ້ເຮັດວຽກຕົວຈິງ! |
ມາຕຽມຕົວສຳລັບການທົດສອບ (ແລະ ຮັບຫຼຽນກາ Fedora ໃໝ່!)
ກ່ອນການທົດສອບ, ທ່ານຈຳເປັນຕ້ອງຕິດຕັ້ງບາງແພັກເກດ:
$ sudo dnf install gcc make git libtirpc python3-fedora keyutils libtirpc-devel policycoreutils-python-utils
-
ຖ້າທ່ານກຳລັງໃຊ້ *ອິເມຈວັນທົດສອບ*, ທ່ານຈະມີຊຸດທົດສອບເຄີເນີນຢູ່ໃນໂຟນເດີ kernel-tests ແລ້ວ; ໃຫ້ເຂົ້າໄປໃນໂຟນເດີດ້ວຍຄຳສັ່ງ
$ cd /home/liveuser/kernel-tests
-
ຖ້າທ່ານບໍ່ໄດ້ໃຊ້ ອິເມຈວັນທົດສອບ, ທ່ານຈະຕ້ອງທຳການຄັດລອກ (clone) ຄັງເກັບ kernel-tests. ໃຫ້ໃຊ້ຄຳສັ່ງນີ້ໃນເທີມິນໍ (terminal):
$ git clone https://pagure.io/kernel-tests.git
ສິ່ງນີ້ຈະດາວໂຫຼດໂຟນເດີດຽວກັບທີ່ທ່ານເຫັນໃນ ອິເມຈວັນທົດສອບ ພ້ອມກັບສະຄຣິບທົດສອບ. ເມື່ອດາວໂຫຼດສຳເລັດແລ້ວ, ໃຫ້ເຂົ້າໄປໃນໂຟນເດີ kernel-tests:
$ cd kernel-tests
Once inside the kernel-tests folder, it’s time to edit some configuration files; first we need to copy the content of the config.example file in a new hidden file named .config
$ cp config.example .config
ຕອນນີ້ໃຫ້ແກ້ໄຂໄຟລ໌ .config ດ້ວຍໂປຣແກຣມແກ້ໄຂຂໍ້ຄວາມທີ່ທ່ານມັກ.
ຢູ່ບ່ອນນີ້ພວກເຮົາສາມາດຕັດສິນໃຈໄດ້ວ່າຈະອັບໂຫຼດຜົນການທົດສອບຂອງພວກເຮົາໄປທີ່ເຊີເວີຂອງ Fedora ຫຼື ບໍ່. ໂດຍຄ່າເລີ່ມຕົ້ນ, ການລັນການທົດສອບຈະບໍ່ສົ່ງຜົນໂດຍອັດຕະໂນມັດ. ມັນຈະພຽງແຕ່ລັນ ແລະ ຂຽນຜົນລົງໃນ ໄຟລ໌ບັນທຶກ (log file) ໃນ /kernel-tests/logs/
-
ເພື່ອສົ່ງຜົນແບບບໍ່ລະບຸຕົວຕົນ: ໃຫ້ແກ້ໄຂໄຟລ໌
.configດ້ວຍsubmit=anonymous -
ເພື່ອສົ່ງຜົນໂດຍເຊື່ອມໂຍງກັບຊື່ຜູ້ໃຊ້ FAS ຂອງທ່ານ: ໃຫ້ແກ້ໄຂໄຟລ໌
.configດ້ວຍsubmit=authenticatedແລະusername=<your FAS username>
If you link your submission to your FAS username, you’ll also receive a Fedora badge!
ຜົນການທົດສອບຂອງທ່ານຈະຖືກອັບໂຫຼດໄວ້ ທີ່ນີ້
ກຳລັງລັນການທົດສອບ
| ກ່ອນຈະລັນການທົດສອບ, ຂໍໃຫ້ແນ່ໃຈວ່າເຄື່ອງຂອງທ່ານບໍ່ມີວຽກຄ້າງຢູ່, ເຊັ່ນ: ຂະບວນການອື່ນໆທີ່ໃຊ້ຊີພີຢູໜັກ. ທ່ານສາມາດກວດສອບໄດ້ໂດຍໃຊ້ຄຳສັ່ງ: top |
ກ່ອນຈະລັນການທົດສອບ, ພວກເຮົາຈຳເປັນຕ້ອງອະນຸຍາດໃຫ້ຊຸດທົດສອບສາມາດເຮັດໃຫ້ heap memory ຂອງພວກເຂົາ ສາມາດເຮັດວຽກໄດ້ (executable) ດ້ວຍຄຳສັ່ງນີ້:
$ sudo semanage boolean -m --on selinuxuser_execheap
| ເມື່ອທ່ານທົດສອບສຳເລັດແລ້ວ, ຢ່າລືມປ່ຽນຄ່າ SELinux boolean selinuxuser_execheap ກັບຄືນສູ່ສະພາວະເລີ່ມຕົ້ນ ໂດຍການໃຊ້ຄຳສັ່ງ: sudo semanage boolean -m --off selinuxuser_execheap |
ບາດນີ້ ມາເລີ່ມການທົດສອບກັນເລີຍ!
ເພື່ອລັນຊຸດການທົດສອບພື້ນຖານ, ໃຫ້ໃຊ້ຄຳສັ່ງນີ້:
$ sudo ./runtests.sh
ເພື່ອລັນຊຸດການທົດສອບປະສິດທິພາບ, ໃຫ້ໃຊ້ຄຳສັ່ງນີ້:
$ sudo ./runtests.sh -t performance
ຜົນທີ່ຄາດຫວັງແມ່ນການທົດສອບທັງໝົດຕ້ອງຜ່ານ. ຢ່າງໃດກໍຕາມ, ບາງການທົດສອບອາດຈະຫຼົ້ມເຫຼວໃນບາງຄັ້ງ ເນື່ອງຈາກພາລະຂອງລະບົບ. ບໍ່ວ່າຈະເປັນແນວໃດ, ໃຫ້ເພີ່ມຜົນທີ່ທ່ານໄດ້ຮັບຈາກການທົດສອບລົງໃນ ໜ້າຜົນການທົດສອບສະເພາະຂອງວັນທົດສອບເຄີເນີນ!
ໃນຊ່ວງວັນທົດສອບເຄີເນີນ, ຈະມີໜ້າເວັບແອັບພລິເຄຊັນສະເພາະຖືກສ້າງຂຶ້ນເພື່ອອັບໂຫຼດຜົນການທົດສອບ, ຢູ່ບ່ອນນັ້ນທ່ານສາມາດຕື່ມຂໍ້ມູນລົງໃນຟອມພ້ອມກັບຄຳອະທິບາຍກ່ຽວກັບຜົນທີ່ທ່ານໄດ້ຮັບ. ພຽງແຕ່ກົດປຸ່ມ Enter Result ແລະ ຕື່ມຂໍ້ມູນລົງໃນຟອມ. ໃສ່ຊື່ຜູ້ໃຊ້ໃນຫ້ອງ Username, ໃນຫ້ອງ Profile ໃຫ້ໃສ່ຄຳອະທິບາຍກ່ຽວກັບເຄື່ອງທີ່ທ່ານໃຊ້ທົດສອບເຄີເນີນ, ແລະ ເລືອກຜົນການທົດສອບ ຈາກເມນູເລືອກ (ຫຼົ້ມເຫຼວ ຫຼື ຜ່ານ). ໃນຫ້ອງ Bugs ທ່ານສາມາດຂຽນເລກຂອງບັກ (ຫຼື ຫຼາຍເລກບັກ ໂດຍຂັ້ນດ້ວຍຈ້ຳຈຸດ ເຊັ່ນ: '752855;25532') ທີ່ທ່ານໄດ້ແຈ້ງໄວ້ໃນ Bugzilla ສຳລັບເຄີເນີນຕົວນັ້ນ. ຫາກທ່ານພົບບັກໃນເຄີເນີນ, ກະລຸນາລາຍງານຜ່ານ ລິ້ງນີ້. ຫາກທ່ານບໍ່ມີບັນຊີ Bugzilla, ທ່ານຍັງສາມາດເຂົ້າສູ່ລະບົບດ້ວຍບັນຊີ FAS ຂອງທ່ານໄດ້.
| ຫາກການທົດສອບຫຼົ້ມເຫຼວຊ້ຳໆ, ຂໍໃຫ້ຊ່ວຍໂດຍການລາຍງານຄວາມຫຼົ້ມເຫຼວນັ້ນລົງໃນ Bugzilla |
ສຸດທ້າຍໃຫ້ເພີ່ມຄຳເຫັນ ຫຼື ຂໍ້ສັງເກດອື່ນໆທີ່ທ່ານຕ້ອງການໃນຫ້ອງ Comment ແລະ ກົດປຸ່ມ Submit Query.
*ສຳເລັດແລ້ວ!*
ຂອບໃຈທີ່ຊ່ວຍທີມງານ Fedora ໃນການທົດສອບເຄີເນີນເວີຊັນໃໝ່ຫຼ້າສຸດໃນເຄື່ອງຂອງທ່ານ!
ຫາກທ່ານຕ້ອງການຊ່ວຍເຫຼືອເພີ່ມເຕີມ: ເຂົ້າຮ່ວມທີມ Fedora Quality Assurance ແລະ ສະເໜີກໍລະນີທົດສອບໃໝ່ໆສຳລັບເຄີເນີນ ທີ່ຍັງບໍ່ມີໃນ ໜ້ານີ້.
Want to help? Learn how to contribute to Fedora Docs ›