ເຄື່ອງບັນທຶກໜ້າຈໍ – ການປຽບທຽບແອັບພລິເຄຊັນ ແລະ ວິທີການນຳໃຊ້ພວກມັນ
ການນຳໃຊ້ເຄື່ອງມືບັນທຶກວິດີໂອໜ້າຈໍພື້ນຖານຂອງ Gnome
Gnome3 ມີຟັງຊັນການບັນທຶກໜ້າຈໍຢູ່ແລ້ວ. ການກົດ Alt+Ctrl+Shift+R ການບັນທຶກຈະເລີ່ມຂຶ້ນ. ຈະມີໄອຄອນສີແດງປະກົດຂຶ້ນຢູ່ຖາດຂໍ້ຄວາມໃນມຸມຂວາລຸ່ມຂອງໜ້າຈໍເຈົ້າ. ຖ້າຖາດຂໍ້ຄວາມຖືກເຊື່ອງໄວ້, Super+M ຈະເປີດນຳໃຊ້ສິ່ງນັ້ນ. ການກົດປຸ່ມສີແດງຈະຢຸດການບັນທຶກ. ວິດີໂອຈະຖືກບັນທຶກໄວ້ໃນໂຟນເດີ Video ໃນໄດເຣັກທໍຣີ home ຂອງທ່ານໃນຮູບແບບ webm.
ເພີ່ມໄລຍະເວລາຂອງວິດີໂອບັນທຶກໜ້າຈໍ
ດ້ວຍຄວາມຍາວພຽງແຕ່ 30 ວິນາທີ, ຄວາມຍາວມາດຕະຖານຂອງການບັນທຶກໜ້າຈໍດ້ວຍວິທີນີ້ແມ່ນບໍ່ເໝາະສົມປານໃດ, ໂດຍສະເພາະຖ້າທ່ານວາງແຜນທີ່ຈະເຮັດວິດີໂອຍາວ ຫຼື ຕ້ອງການສາທິດຂັ້ນຕອນການເຮັດວຽກ ຫຼື ຟີເຈີໃດໜຶ່ງ. ມັນເປັນໄປໄດ້ທີ່ຈະເພີ່ມໄລຍະເວລາຂອງການບັນທຶກໜ້າຈໍດ້ວຍຕົນເອງ, ໂດຍການປ່ຽນແປງຄ່າ gsettings ຕໍ່ໄປນີ້ຜ່ານແອັບພລິເຄຊັນ Terminal:
$ gsettings set org.gnome.settings-daemon.plugins.media-keys max-screencast-length 60
ປ່ຽນຄ່າ '60' ເປັນຄວາມຍາວທີ່ທ່ານຕ້ອງການເປັນວິນາທີ, ຕົວຢ່າງ: 300 ສຳລັບ 5 ນາທີ, 600 ສຳລັບ 10 ນາທີ ແລະ ຕໍ່ໆໄປ. ຖ້າທ່ານຕັ້ງຄ່າເປັນ '0' ຈະບໍ່ມີການກຳນົດເວລາ.
ຈື່ໄວ້ວ່າ: ທ່ານສາມາດຢຸດການບັນທຶກໄດ້ທຸກເວລາໂດຍບໍ່ຄໍານຶງເຖິງໄລຍະເວລາທີ່ທ່ານຕັ້ງໄວ້. ພຽງແຕ່ກົດປຸ່ມລັດແປ້ນພິມທີ່ທ່ານໃຊ້ເພື່ອເລີ່ມຕົ້ນການບັນທຶກ ເພື່ອຢຸດການບັນທຶກ.
KDE Spectacle
KDE Spectacle ຮອງຮັບການບັນທຶກໜ້າຈໍສຳລັບເຊດຊັນ KDE Plasma Wayland ຕັ້ງແຕ່ລຸ້ນ 23.04 ເປັນຕົ້ນມາ. ເພື່ອເປີດ Spectacle, ໃຫ້ກົດ PrtSc.
ຢູ່ເບື້ອງຂວາກາງຂອງ Spectacle, ຄລິກທີ່ແຖບ 'Recording', ເລືອກໜຶ່ງໃນສາມຕົວເລືອກ - Workspace (ພື້ນທີ່ເຮັດວຽກ), Selected Screen (ໜ້າຈໍທີ່ເລືອກ) ແລະ Selected Window (ໜ້າຕ່າງທີ່ເລືອກ).
ກົດ 'Finish recording' ເພື່ອຢຸດການບັນທຶກ. ວິດີໂອທີ່ບັນທຶກໄວ້ຈະຖືກບັນທຶກເປັນຮູບແບບໄຟລ໌ WebM ຕາມມາດຕະຖານ.
Byzanz
Byzanz ແມ່ນເຄື່ອງບັນທຶກໜ້າຈໍທີ່ເນັ້ນຄວາມງ່າຍໃນການນຳໃຊ້. ມັນສາມາດບັນທຶກເປັນຮູບ GIF, ວິດີໂອ Ogg Theora - ເຊິ່ງເລືອກໃຫ້ມີສຽງ ຫຼື ບໍ່ມີກໍໄດ້ – ແລະ ຮູບແບບອື່ນໆ. ມັນມີໃຫ້ໃຊ້ໃນ Fedora. ເພື່ອຕິດຕັ້ງໃຫ້ລັນຄຳສັ່ງ
$ sudo dnf install byzanz
ມັນຄ້າຍຄືກັບ Istanbul ລຸ້ນກ່ອນ, ແຕ່ຍັງສາມາດສ້າງ:
-
ໄຟລ໌ GIF ເຄື່ອນໄຫວ (ວິດີໂອເທົ່ານັ້ນ)
-
ໄຟລ໌ Ogg Theora (ມີ ຫຼື ບໍ່ມີສຽງ)
-
ໄຟລ໌ໜ້າຈໍ FLV Flash (ບໍ່ສູນເສຍຄວາມຄົມຊັດ, ສາມາດນຳໄປປັບແຕ່ງຕໍ່ໄດ້)
-
ຮູບແບບ Byzanz ສຳລັບການແປງເປັນຫຼາຍຮູບແບບໃນພາຍຫຼັງ
Simple Screen Recorder
SimpleScreenRecorder ແມ່ນໂປຣແກຣມໃນ Linux ທີ່ຖືກສ້າງຂຶ້ນເພື່ອບັນທຶກໂປຣແກຣມ ແລະ ເກມ.
ຄຸນສົມບັດ
-
ສ່ວນຕິດຕໍ່ຜູ້ໃຊ້ແບບກຣາຟິກ (ອີງຕາມ Qt).
-
ໄວກວ່າ VLC ແລະ ffmpeg/avconv.
-
ບັນທຶກທັງໝົດໜ້າຈໍ ຫຼື ບາງສ່ວນ, ຫຼື ບັນທຶກແອັບພລິເຄຊັນ OpenGL ໂດຍກົງ (ຄ້າຍຄືກັບ Fraps ໃນ Windows).
-
ຊິງຄ໌ສຽງ ແລະ ວິດີໂອໄດ້ຢ່າງຖືກຕ້ອງ (ບັນຫາທີ່ພົບເລື້ອຍໃນ VLC ແລະ ffmpeg/avconv).
-
ຫຼຸດອັດຕາເຟຣມວິດີໂອລົງ ຖ້າຄອມພິວເຕີຂອງທ່ານຊ້າເກີນໄປ (ແທນທີ່ຈະໃຊ້ RAM ທັງໝົດຄືກັບທີ່ VLC ເຮັດ).
-
ຮອງຮັບການເຮັດວຽກແບບຫຼາຍເທຣດ (multithreaded) ຢ່າງເຕັມຮູບແບບ: ຄວາມຊ້າເລັກນ້ອຍໃນສ່ວນປະກອບໃດໜຶ່ງຈະບໍ່ຂັດຈັງຫວະສ່ວນປະກອບອື່ນ, ເຮັດໃຫ້ວິດີໂອມີຄວາມສະໝ່ຳສະເໝີ ແລະ ມີປະສິດທິພາບດີຂຶ້ນໃນຄອມພິວເຕີທີ່ມີຫຼາຍໜ່ວຍປະມວນຜົນ.
-
ຢຸດຊົ່ວຄາວ ແລະ ເລີ່ມບັນທຶກຕໍ່ໄດ້ທຸກເວລາ (ບໍ່ວ່າຈະເປັນການຄລິກປຸ່ມ ຫຼື ກົດປຸ່ມລັດ).
-
ສະແດງສະຖິຕິໃນລະຫວ່າງການບັນທຶກ (ຂະໜາດໄຟລ໌, ບິດເຣດ, ເວລາບັນທຶກທັງໝົດ, ອັດຕາເຟຣມຕົວຈິງ, …).
-
ສາມາດສະແດງຕົວຢ່າງໃນລະຫວ່າງການບັນທຶກ, ເພື່ອໃຫ້ທ່ານບໍ່ເສຍເວລາໃນການບັນທຶກແລ້ວມາພົບພາຍຫຼັງວ່າການຕັ້ງຄ່າບາງຢ່າງຜິດພາດ.
-
ໃຊ້ໄລບຣາຣີ libav/ffmpeg ໃນການເຂົ້າລະຫັດ, ດັ່ງນັ້ນມັນຈຶ່ງຮອງຮັບໂຄເດັກ (codec) ແລະ ຮູບແບບໄຟລ໌ທີ່ຫຼາກຫຼາຍ (ການເພີ່ມຕື່ມແມ່ນເຮັດໄດ້ງ່າຍ).
-
ສາມາດເຮັດໄລຟ໌ສະຕຣີມມິງໄດ້ (ຢູ່ໃນຂັ້ນຕອນທົດລອງ).
-
ການຕັ້ງຄ່າມາດຕະຖານທີ່ເໝາະສົມ: ບໍ່ຈຳເປັນຕ້ອງປ່ຽນແປງຫຍັງຖ້າທ່ານບໍ່ຕ້ອງການ.
-
ມີຄຳອະທິບາຍ (Tooltips) ສຳລັບເກືອບທຸກຢ່າງ: ບໍ່ຈຳເປັນຕ້ອງອ່ານເອກະສານຄູ່ມືເພື່ອຫາເບິ່ງວ່າແຕ່ລະຢ່າງເຮັດໜ້າທີ່ຫຍັງ.
SimpleScreenRecorder ມີໃຫ້ບໍລິການໃນຄັງເກັບຊອບແວ (repository) RPM Fusion. ທ່ານສາມາດເປີດໃຊ້ງານ RPM Fusion ໄດ້ດ້ວຍຄຳສັ່ງນີ້:
$ sudo rpm -Uvh http://download1.rpmfusion.org/free/fedora/rpmfusion-free-release-stable.noarch.rpm
ຫຼັງຈາກນັ້ນ, ສາມາດຕິດຕັ້ງ SimpleScreenRecorder ໄດ້ດ້ວຍຄຳສັ່ງນີ້:
$ sudo dnf install simplescreenrecorder
OBS Studio
OBS Studio ມີເຄື່ອງມືລະດັບມືອາຊີບທີ່ຄົບຖ້ວນສຳລັບການບັນທຶກວິດີໂອ ແລະ ການໄລຟ໌ສະຕຣີມມິງຂອງທ່ານ. ທ່ານສາມາດຊອກຫາເອກະສານຄູ່ມືເວີຊັນຫຼ້າສຸດໄດ້ທີ່ https://obsproject.com/kb/quick-start-guide
ການບັນທຶກເວັບແອັບ (Web apps) ຫຼື ໜ້າເວັບ
ນີ້ແມ່ນກໍລະນີພິເສດ, ແລະ ເຄື່ອງມືທີ່ຖືກອອກແບບມາສຳລັບວຽກນີ້ໂດຍສະເພາະຈະໃຫ້ຜົນລັດທີ່ດີກວ່າ. Chrome ມີປລັກອິນ (plugins) ເພື່ອເຮັດວຽກນີ້.
ຫົວຂໍ້ຂັ້ນສູງ: ການເພີ່ມສຽງ
-
ທ່ານຕ້ອງມີ audacity (ຫຼື ເຄື່ອງບັນທຶກສຽງອື່ນໆ) ຕິດຕັ້ງໄວ້
-
ບັນທຶກແທຣັກສຽງຂອງທ່ານ, ໂດຍລະມັດລະວັງໃຫ້ມັນຊິງຄ໌ກັບເຫດການໃນການບັນທຶກຂອງທ່ານ (ຂ້ອຍເຊື່ອວ່າການບັນທຶກແທຣັກສຽງກ່ອນ ອາດຈະງ່າຍກວ່າ, ແລ້ວຈຶ່ງເປີດສຽງນັ້ນໄປພ້ອມໆກັບການບັນທຶກວິດີໂອ)
-
ສົ່ງອອກ (Export) ສຽງຂອງທ່ານເປັນໄຟລ໌ wave ຫຼື ogg-vorbis, ຂ້ອຍໃຊ້ /tmp/stream.wav
-
ດາວໂຫຼດສະຄຣິບ fedora-av-splice.sh. ສະຄຣິບນີ້ໃຊ້ໂຄງສ້າງ gstreamer ເພື່ອເພີ່ມສຽງ ແລະ ເຂົ້າລະຫັດໄຟລ໌ວິດີໂອ theora ຄືນໃໝ່
-
Run fedora-av-splice.sh /tmp/stream.wav /path/to/theora.ogg /path/to/result.ogg
-
ໄປດື່ມກາເຟຖ້າໃນຂະນະທີ່ກຳລັງປະມວນຜົນ, ເພາະຂັ້ນຕອນນີ້ຈະໃຊ້ CPU ຢ່າງໜັກໜ່ວງ.
-
ທ່ານຄວນຈະສາມາດເປີດໄຟລ໌ທີ່ໄດ້ໃນ mplayer, vlc, totem, ຫຼື xine
ຫົວຂໍ້ຂັ້ນສູງ: ແທຣັກສຽງທາງເລືອກ
ເປົ້າໝາຍ: ສ້າງແທຣັກສຽງທາງເລືອກສຳລັບວິດີໂອບັນທຶກໜ້າຈໍທີ່ມີຢູ່ແລ້ວ ຊື່ວ່າ desktop-recording.ogg
ຊອບແວເພີ່ມເຕີມທີ່ຈຳເປັນ: libannodex ໃນ Fedora
-
ສ້າງວິດີໂອທົດສອບຮູບແບບການສະແດງເວລາ (timestamp) ຄວາມຍາວ 10 ວິນາທີ ດ້ວຍ gstreamer
$ gst-launch-0.8 videotestsrc num-buffers=250 ! video/x-raw-yuv,framerate=25.0 ! timeoverlay ! theoraenc ! oggmux ! filesink location=test.ogg -
ເຊື່ອມຕໍ່ສອງວິດີໂອເຂົ້າກັນເພື່ອສ້າງວິດີໂອທີ່ມີສ່ວນນຳເຂົ້າ (lead-in) 10 ວິນາທີ
$ cat test.ogg desktop-recording.ogg > edit-video.ogg
-
ເລີ່ມຫຼິ້ນວິດີໂອດ້ວຍ totem edit-video.ogg
-
ເລີ່ມບັນທຶກແທຣັກສຽງໃໝ່ເມື່ອສິ້ນສຸດສ່ວນນຳເຂົ້າ 10 ວິນາທີ.
-
ປັບແຕ່ງເລັກນ້ອຍຕາມຄວາມຈຳເປັນໃນຕອນເລີ່ມຕົ້ນ ແລະ ຕອນທ້າຍຂອງສຽງ ເພື່ອໃຫ້ໄຟລ໌ສຽງມີຄວາມຍາວເທົ່າກັບວິດີໂອຕົ້ນສະບັບ
-
ໃຊ້ເຊລສະຄຣິບ (shell script) fedora-av-splice.sh ຄືກັນກັບຂ້າງເທິງເພື່ອແທນທີ່ແທຣັກສຽງຕົ້ນສະບັບ
ຫົວຂໍ້ຂັ້ນສູງ: ການເພີ່ມເວລາ (timestamp) ໃນວິດີໂອ
ສຳລັບຄວາມຕ້ອງການໃນການປັບແຕ່ງເພີ່ມເຕີມ, ທ່ານສາມາດຊ້ອນເວລາ (overlay time) ລົງໃນວິດີໂອຕົ້ນສະບັບ. ສິ່ງນີ້ອາດຈະຊ່ວຍໃນການສ້າງແທຣັກສຽງເພີ່ມເຕີມ.
Want to help? Learn how to contribute to Fedora Docs ›