Pages with tag test-days
ວັນທົດສອບເຄີເນີນ (Kernel Test Days)
ຄູ່ມືແບບຫຍໍ້ສຳລັບວັນທົດສອບເຄີເນີນ. ໃນຊ່ວງ ວັນທົດສອບເຄີເນີນ, ຜູ້ປະກອບສ່ວນຈະຖືກຂໍໃຫ້ລັນ ການທົດສອບ Kernel Regression ເຊິ່ງຈະຊ່ວຍໃນການກວດຫາ ແລະ ແກ້ໄຂບັນຫາຕ່າງໆກັບເຄີເນີນເວີຊັນໃໝ່ ກ່ອນທີ່ຈະນຳໄປໃຊ້ໃນວົງກວ້າງ. ມັນປະກອບດ້ວຍການລັນຊຸດການທົດສອບຕ່າງໆທີ່ສະໜອງໃຫ້ໂດຍ Kernel Test Suite ເປົ້າໝາຍຫຼັກຂອງວັນທົດສອບເຄີເນີນແມ່ນເພື່ອທົດສອບເຄີເນີນໃໝ່ໃນຫຼາຍໆເຄື່ອງທີ່ແຕກຕ່າງກັນເທົ່າທີ່ຈະເປັນໄປໄດ້, ດັ່ງນັ້ນທຸກໆວັນທົດສອບເຄີເນີນໃໝ່ຈະຖືກປະກາດລ່ວງໜ້າບາງມື້ຜ່ານທາງໂພສ fedoramagazine. ສິ່ງທີ່ຄວນເຮັດໃນຊ່ວງວັນທົດສອບເຄີເນີນ ສິ່ງທຳອິດທີ່ຕ້ອງເຮັດຄືການເອົາເຄີເນີນເວີຊັນທີ່ຖືກຕ້ອງມາທົດສອບ. ມີຫຼາຍວິທີໃນການເອົາເຄີເນີນມາ ແລະ ທົດສອບມັນ: ການໃຊ້ ອິເມຈວັນທົດສອບ (test day image) ໃນຊ່ວງວັນທົດສອບ ຈະມີໜ້າວິກິສະເພາະທີ່ຈະໃຫ້ລິ້ງດາວໂຫຼດ…
Read more