ພື້ນຖານຂອງ Kubernetes
|
ໜ້ານີ້ອະທິບາຍກ່ຽວກັບແຫຼ່ງຊອບແວຈາກພາກສ່ວນທີສາມ ທີ່ບໍ່ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບການຮັບຮອງຢ່າງເປັນທາງການຈາກໂຄງການ Fedora.ກະລຸນານຳໃຊ້ດ້ວຍການຕັດສິນໃຈຂອງທ່ານເອງ.Fedora ແນະນຳໃຫ້ໃຊ້ຊອບແວເສລີ ແລະ ໂອເພນຊອດ ແລະ ໃຫ້ຫຼີກເວັ້ນຊອບແວທີ່ມີຂໍ້ຈຳກັດດ້ານສິດທິບັດ. |
ນິຍາມຂອງ Kubernetes
Kubernetes ແມ່ນ "ລະບົບໂອເພັນຊອດສຳລັບການຕິດຕັ້ງ, ການຂະຫຍາຍ ແລະ ການບໍລິຫານຈັດການແອັບພລິເຄຊັນທີ່ເຮັດວຽກໃນຄອນເທນເນີແບບອັດຕະໂນມັດ" ໃນເຄື່ອງຄອມພິວເຕີໜຶ່ງເຄື່ອງ ຫຼື ຫຼາຍກວ່ານັ້ນ. Kubernetes ຈະເຮັດໃຫ້ວຽກງານຫຼາຍຢ່າງທີ່ຈຳເປັນໃນການຕິດຕັ້ງ, ການບໍລິຫານຈັດການ ແລະ ການຂະຫຍາຍແອັບພລິເຄຊັນທີ່ເຮັດວຽກແບບຄອນເທນເນີເປັນໄປແບບອັດຕະໂນມັດ. ລະບົບອັດຕະໂນມັດນີ້ມີຄວາມສຳຄັນຫຼາຍໃນການບໍລິຫານຈັດການແອັບພລິເຄຊັນໃນສູນຂໍ້ມູນ (data center) ຫຼື ໃນສະພາບແວດລ້ອມຄລາວ (cloud) ທີ່ມີເຄື່ອງຄອມພິວເຕີເປັນຮ້ອຍ ຫຼື ເປັນພັນເຄື່ອງ ແລະ ມີຄວາມຊັບຊ້ອນຂອງຈຳນວນແອັບພລິເຄຊັນທີ່ເພີ່ມຂຶ້ນ. ນອກຈາກ Kubernetes ແລ້ວ Fedora ຍັງມີເຕັກໂນໂລຊີອື່ນໆ ທີ່ໃຊ້ລັນຄອນເທນເນີ ເຊັ່ນ: Docker ຫຼື Podman.
Kubernetes ມີຕົ້ນກຳເນີດມາຈາກແນວຄິດ ແລະ ຫຼັກການທີ່ໃຊ້ໃນ Google ເພື່ອໃຊ້ງານລະບົບທີ່ເປັນຄອນເທນເນີໃນລະດັບໃຫຍ່ ແລະ ມີຄວາມຢືດຢຸ່ນ. ປັດຈຸບັນ Kubernetes ເປັນສູນກາງຂອງລະບົບນິເວດຜະລິດຕະພັນ ແລະ ບໍລິການອັນກວ້າງຂວາງ (Cloud Native Computing Foundation) ທີ່ຊ່ວຍໃຫ້ອົງກອນຕ່າງໆ ສາມາດສ້າງ, ຕິດຕັ້ງ, ໃຊ້ງານ, ບໍລິຫານຈັດການ ແລະ ຮັກສາຄວາມປອດໄພຂອງແອັບພລິເຄຊັນ ແລະ ບໍລິການທີ່ອີງໃສ່ຄອນເທນເນີໄດ້ໃນທຸກລະດັບ.
ມີຫຼາຍວິທີໃນການຕິດຕັ້ງ ແລະ ຕັ້ງຄ່າ Kubernetes ຂຶ້ນກັບຈຸດປະສົງ ແລະ ສະພາບແວດລ້ອມເປົ້າໝາຍ. ບໍ່ວ່າຈະເປັນການໃຊ້ເພື່ອທົດລອງໃນເຄື່ອງດຽວຢູ່ເຮືອນ, ຄລັສເຕີຂະໜາດນ້ອຍສຳລັບລະບົບອັດຕະໂນມັດໃນເຮືອນ ຫຼື ທຸລະກິດ, ບໍລິການ ແລະ ແອັບພລິເຄຊັນແບບ Edge ໃນຫ້ອງການທີ່ຢູ່ຫ່າງໄກ, ຫຼື ລະບົບການເຮັດວຽກລະດັບອົງກອນເທິງຄລາວ.
ມີຂໍ້ມູນກ່ຽວກັບ Kubernetes ຢ່າງຫຼວງຫຼາຍໃນອິນເຕີເນັດ ແລະ ໃນປຶ້ມ. ຈຸດເລີ່ມຕົ້ນທີ່ດີແມ່ນເວັບໄຊ ເອກະສານ Kubernetes. ທ່ານຄວນສຶກສາຂໍ້ມູນທີ່ມີໃນນີ້ໃຫ້ຄຸ້ນເຄີຍ, ຈາກນັ້ນຈຶ່ງໃຊ້ເຄື່ອງມືຄົ້ນຫາທີ່ທ່ານມັກ ເພື່ອຊອກຫາຂໍ້ມູນເພີ່ມເຕີມທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ.
ເວີຊັນຕ່າງໆ
ທີມງານ Kubernetes ໃຊ້ ການກຳນົດເວີຊັນຕາມຄວາມໝາຍ (semantic versioning) ສຳລັບ Kubernetes ເຊິ່ງເວີຊັນໜຶ່ງຈະປະກອບມີ 3 ສ່ວນຫຼັກ ທີ່ຂັ້ນດ້ວຍຈຳ້: ເວີຊັນຫຼັກ.ເວີຊັນຮອງ.ເວີຊັນປັບປຸງ (major.minor.patch). ຕົວຢ່າງແມ່ນ 1.30.1 ໂດຍທີ່ເວີຊັນຫຼັກແມ່ນ 1, ເວີຊັນຮອງແມ່ນ 30, ແລະ ລະດັບການປັບປຸງແມ່ນ 1. ການອອກເວີຊັນຂອງ Kubernetes ແມ່ນເວີຊັນຮອງໃໝ່ ເຊັ່ນ 1.30 ຫຼື 1.31. ດັ່ງນັ້ນ, ໄຟລ໌ rpm ທີ່ມີການລະບຸເວີຊັນໃນ Fedora ຈຶ່ງຢູ່ໃນລະດັບເວີຊັນຮອງ.
ການໃຊ້ຄຳສັ່ງ ໃນ kubernetes rpm ເວີຊັນທີ່ມີຢູ່ແລ້ວ ຈະເປັນການອັບເດດສະເພາະເວີຊັນປັບປຸງ (patch) ເທົ່ານັ້ນ. ເບິ່ງ ຄຳແນະນຳຂັ້ນຕອນການອັບເດດ ສຳລັບໄຟລ໌ rpm ທີ່ມີການລະບຸເວີຊັນ.dnf update
ຄຳສັບທາງເຕັກນິກ
Kubernetes ແມ່ນມີຄວາມຊັບຊ້ອນ ແລະ ຄືກັນກັບລະບົບທີ່ຊັບຊ້ອນອື່ນໆ ທີ່ມີຄຳສັບສະເພາະຂອງຕົນເອງ. ຄຳສັບທີ່ໃຊ້ໃນຄູ່ມືນີ້ແມ່ນຖືກກຳນົດໄວ້ທີ່ນີ້. ທີມງານ Kubernetes ໄດ້ຮວບຮວມ ອະພິທານສັບ ທີ່ຄົບຖ້ວນ ເຊິ່ງບາງສ່ວນໄດ້ຖືກນຳມາໃຊ້ຂ້າງລຸ່ມນີ້.
| ຄລັສເຕີ (cluster) |
ຊຸດຂອງໂນດ (node) ຕັ້ງແຕ່ໜຶ່ງເຄື່ອງຂຶ້ນໄປທີ່ຖືກບໍລິຫານຈັດການເປັນໜ່ວຍດຽວກັນ. ຄລັສເຕີໜຶ່ງຈະມີຢ່າງໜ້ອຍໜຶ່ງໂນດ ແລະ ໜຶ່ງສ່ວນຄວບຄຸມ (control plane) (ເຊິ່ງອາດຈະຢູ່ໃນເຄື່ອງດຽວກັນ ຫຼື ແຍກເຄື່ອງກັນກໍໄດ້). |
| ສ່ວນຄວບຄຸມ (control plane) |
ໂນດ ຫຼື ກຸ່ມຂອງໂນດໃນຄລັສເຕີ ທີ່ເຮັດໜ້າທີ່ເປັນສູນກາງໃນການບໍລິຫານຈັດການບໍລິການຕ່າງໆ ໃຫ້ກັບຄລັສເຕີ. ຢ່າງໜ້ອຍໜຶ່ງໂນດໃນຄລັສເຕີຕ້ອງມີສ່ວນຄວບຄຸມ. ເຄື່ອງທີ່ເປັນສ່ວນຄວບຄຸມກໍສາມາດເຮັດໜ້າທີ່ເປັນໂນດສຳລັບເຮັດວຽກ (worker node) ໄດ້ເຊັ່ນກັນ. |
| ໂນດ (node) |
ເຄື່ອງທີ່ໃຊ້ເຮັດວຽກ (ອາດເປັນເຄື່ອງຈຳລອງ VM ຫຼື ເຄື່ອງຈິງ) ໃນຄລັສເຕີຂອງ Kubernetes ທີ່ມີບໍລິການຕ່າງໆ ທີ່ຈຳເປັນສຳລັບການລັນພອດ (pod). ບໍລິການເຫຼົ່ານີ້ລວມມີ |
| ພອດ (pods) |
ແອັບພລິເຄຊັນທີ່ເປັນຄອນເທນເນີຈະຖືກຕິດຕັ້ງ ແລະ ບໍລິຫານຈັດການໃນ Kubernetes ໃນຮູບແບບຂອງ ພອດ (pod). ພອດແມ່ນວັດຖຸພື້ນຖານທີ່ຖືກບໍລິຫານຈັດການໂດຍ Kubernetes ໃນຄລັສເຕີ. ໂດຍທົ່ວໄປແລ້ວ ພອດໜຶ່ງຈະມີຄອນເທນເນີຫຼັກພຽງອັນດຽວ ແຕ່ກໍອາດຈະລວມເອົາຄວາມສາມາດອື່ນໆ ທີ່ປະກອບມີຫຼາຍຄອນເທນເນີໄດ້. |
ຂໍ້ມູນເພີ່ມເຕີມ
Kubernetes ແລະ ລະບົບນິເວດຂອງສ່ວນປະກອບທີ່ກ່ຽວຂ້ອງພາຍໃຕ້ Cloud Native Computing Foundation ແມ່ນມີຂອບເຂດກວ້າງຂວາງ ຄືກັນກັບຂໍ້ມູນກ່ຽວກັບ Kubernetes ທີ່ມີຢູ່ຫຼວງຫຼາຍໃນອິນເຕີເນັດ. Kubernetes ແລະ ລະບົບນິເວດນີ້ຍັງມີການພັດທະນາຢ່າງວ່ອງໄວ ເຊິ່ງອາດເຮັດໃຫ້ຂໍ້ມູນທາງອອນລາຍບາງຢ່າງລ້າສະໄໝ ຫຼື ບໍ່ຄົບຖ້ວນ (ລວມທັງຂໍ້ມູນໃນເອກະສານ Quick Doc ນີ້ດ້ວຍ).
Want to help? Learn how to contribute to Fedora Docs ›