Kubernetes RPM ແບບລະບຸເວີຊັນໃນ Fedora
|
ໜ້ານີ້ອະທິບາຍກ່ຽວກັບແຫຼ່ງຊອບແວຈາກພາກສ່ວນທີສາມ ທີ່ບໍ່ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບການຮັບຮອງຢ່າງເປັນທາງການຈາກໂຄງການ Fedora.ກະລຸນານຳໃຊ້ດ້ວຍການຕັດສິນໃຈຂອງທ່ານເອງ.Fedora ແນະນຳໃຫ້ໃຊ້ຊອບແວເສລີ ແລະ ໂອເພນຊອດ ແລະ ໃຫ້ຫຼີກເວັ້ນຊອບແວທີ່ມີຂໍ້ຈຳກັດດ້ານສິດທິບັດ. |
ພາບລວມ
Kubernetes rpm ແບບລະບຸເວີຊັນ (ຕົວຢ່າງ: kubernetes1.34.rpm, kubernetes1.33.rpm) ໄດ້ຖືກນຳສະເໜີໃນ Fedora 41 ແລະ ເປັນມາດຕະຖານທີ່ໃຊ້ສຳລັບ Kubernetes ໃນທຸກໆລຸ້ນຂອງ Fedora.
ເນື່ອງຈາກ rpm ແບບລະບຸເວີຊັນເປັນແພັກເກັດທີ່ແຍກກັນແຕ່ບັນຈຸຊຸດໄຟລ໌ດຽວກັນ, ພວກມັນຈຶ່ງຖືກຖືວ່າຂັດແຍ້ງກັນໂດຍ rpm. ການປ່ຽນແປງທີ່ຈຳເປັນຕໍ່ຂະບວນການອັບເດດແພັກເກັດເພື່ອຈັດການກັບຄວາມຂັດແຍ້ງນີ້ແມ່ນໄດ້ລະບຸໄວ້ລຸ່ມນີ້.
ຂໍ້ຈຳກັດຂອງພາສາ Go
ແຕ່ລະເວີຊັນຂອງ Kubernetes (ໃນລະດັບ ຍ່ອຍ, ຕົວຢ່າງ Kubernetes v1.31) ແມ່ນຖືກສ້າງຂຶ້ນດ້ວຍພາສາ Go ເວີຊັນສະເພາະ. ແຕ່ລະລຸ້ນຂອງ Fedora ຈະຖືກຈັບຄູ່ກັບ Go ເວີຊັນສະເພາະ ຕົວຢ່າງເຊັ່ນ, Go 1.22 ມີໃຫ້ໃຊ້ໃນ Fedora 40 ແລະ Go 1.23 ມີໃຫ້ໃຊ້ໃນ Fedora 41.
Kubernetes ເວີຊັນໃໝ່ອາດຈະຖືກສ້າງຂຶ້ນດ້ວຍ Go ເວີຊັນທີ່ບໍ່ມີໃນ Fedora ລຸ້ນເກົ່າ ເຊິ່ງຈະເຮັດໃຫ້ການສ້າງແພັກເກັດ Kubernetes ເວີຊັນນັ້ນສຳລັບ Fedora ລຸ້ນດັ່ງກ່າວຖືກລະງັບໄວ້. ຫາກ Go ເວີຊັນຖືກອັບເດດ, Kubernetes ເວີຊັນທີ່ຖືກລະງັບໄວ້ກໍຈະຖືກປ່ອຍອອກມາໃຫ້ໃຊ້ ຕາບໃດທີ່ Kubernetes ເວີຊັນນັ້ນຍັງໄດ້ຮັບການສະໜັບສະໜູນຢູ່.
Kubernetes rpm ໃນ Fedora
ຕາຕະລາງລຸ່ມນີ້ສະແດງລາຍຊື່ Kubernetes rpm ທີ່ມີໃຫ້ສຳລັບແຕ່ລະເວີຊັນ, ສິ່ງທີ່ rpm ບັນຈຸໄວ້, ແລະ ໝາຍເຫດກ່ຽວກັບຈຸດປະສົງ ລວມທັງຂໍ້ຄວນລະວັງ ຫຼື ຂໍ້ຈຳກັດຕ່າງໆ.
| ຊື່ RPM | ເນື້ອໃນ | ໝາຍເຫດ |
|---|---|---|
kubernetes |
kubelet |
Kubelet ແມ່ນສ່ວນເຮັດວຽກຂອງ Kubernetes ໃນໂນດ (node). |
kubernetes-kubeadm |
kubeadm |
Kubeadm ເຮັດໜ້າທີ່ເລີ່ມຕົ້ນລະບົບຄລັດສະເຕີ (cluster) ແລະ ເພີ່ມໂນດໃໝ່ເຂົ້າໃນຄລັດສະເຕີ. rpm ນີ້ເປັນທາງເລືອກ ແຕ່ໄດ້ຮັບການແນະນຳໂດຍທີມງານ Kubernetes. ຕິດຕັ້ງໃນທຸກໆໂນດຫາກມີການນຳໃຊ້. |
kubernetes-client |
kubectl |
ເຄື່ອງມືຄຳສັ່ງ (command line) ສຳລັບ Kubernetes. ແນະນຳໃຫ້ຕິດຕັ້ງໃນທຸກໆໂນດທີ່ຖືກຕັ້ງຄ່າເປັນ control plane ເພາະມັນຊ່ວຍໃຫ້ຜູ້ດູແລລະບົບສາມາດຄວບຄຸມຄລັດສະເຕີຜ່ານ ssh ຈາກ control plane ໄດ້. ຕິດຕັ້ງໃນເຄື່ອງທີ່ສາມາດເຊື່ອມຕໍ່ຫາຄລັດສະເຕີຜ່ານເຄືອຂ່າຍໄດ້. |
kubernetes-systemd |
kube-apiserver, kube-controller-manager, kube-proxy, kube-scheduler |
ບໍລິການ Systemd ສຳລັບ Kubernetes control-plane ແລະ/ຫຼື ໂນດ. ບໍ່ຈຳເປັນສຳລັບການຕິດຕັ້ງສ່ວນໃຫຍ່ ເພາະ kubeadm ຈະຕິດຕັ້ງສ່ວນປະກອບເຫຼົ່ານີ້ເປັນ static pods. ຫາກມີການນຳໃຊ້, ໃຫ້ຕິດຕັ້ງໃນທຸກໆໂນດ. ໃຊ້ systemctl ເພື່ອເປີດໃຊ້ kube-proxy ໃນທຸກໆໂນດ. ເປີດໃຊ້ kube-apiserver, kube-controller-manager, ແລະ kube-scheduler ໃນໂນດ control plane. |
ຄຳແນະນຳໃນການຕິດຕັ້ງ rpm ແບບລະບຸເວີຊັນ
ສຳລັບ Kubernetes ຄລັດສະເຕີສ່ວນໃຫຍ່ໃນປັດຈຸບັນ ໃຫ້ຕິດຕັ້ງ kubernetes, kubernetes-kubeadm, ແລະ kubernetes-client ໃນທຸກໆເຄື່ອງໃນຄລັດສະເຕີ. ຫາກມີຂໍ້ຈຳກັດເລື່ອງພື້ນທີ່ວ່າງໃນດິສກ໌ ໃຫ້ຕິດຕັ້ງສະເພາະ kubernetes-client ໃນເຄື່ອງທີ່ເປັນ control-plane ເທົ່ານັ້ນ.
# using kubernetes 1.34 as an example
$ sudo dnf install kubernetes1.34 kubernetes1.34-kubeadm kubernetes1.34-client
ຫາກກຳລັງຕິດຕັ້ງ Kubernetes ດ້ວຍຕົນເອງ (ເບິ່ງ Kubernetes The Hard Way) ໃຫ້ຕິດຕັ້ງທຸກໆ Kubernetes rpm ຍົກເວັ້ນ kubernetes-kubeadm.
# using kubernetes 1.34 as an example
$ sudo dnf install kubernetes1.34 kubernetes1.34-client kubernetes1.34-systemd
ຄຳແນະນຳໃນການອັບເດດ rpm ແບບລະບຸເວີຊັນ
ເນື່ອງຈາກ rpm ຖືວ່າ kubernetes1.34 ເປັນແອັບພລິເຄຊັນທີ່ຕ່າງຈາກ kubernetes1.31, ແຕ່ທັງສອງ rpm ພັດຕິດຕັ້ງໄຟລ໌ດຽວກັນໄວ້ໃນຕຳແໜ່ງດຽວກັນ. ດັ່ງນັ້ນ rpm ເຫຼົ່ານີ້ຈຶ່ງຂັດແຍ້ງກັນ ແລະ ຄຳສັ່ງ ປົກກະຕິຈະບໍ່ສາມາດປ່ຽນ v1.31 ແທນ v1.34 ໄດ້. ມີສອງທາງເລືອກເມື່ອໃຊ້ dnf: ລຶບແລ້ວຕິດຕັ້ງໃໝ່ ຫຼື ໃຊ້ swap.dnf update
ຂັ້ນຕອນການລຶບ ແລະ ຕິດຕັ້ງ ໂດຍໃຊ້ຄຳສັ່ງ ປົກກະຕິ ແມ່ນໃຫ້ລຶບ Kubernetes ເວີຊັນໜຶ່ງອອກກ່ອນ ແລ້ວຈຶ່ງແທນທີ່ດ້ວຍເວີຊັນຖັດໄປ. ທັງສອງຄຳສັ່ງ dnf ຈະເຮັດການລຶບ/ຕິດຕັ້ງທຸກສິ່ງທີ່ຈຳເປັນ (dependencies) ໄປນຳ.dnf
ໝາຍເຫດສຳຄັນ - ສິ່ງນີ້ຈຳເປັນສະເພາະຕອນປ່ຽນເວີຊັນຍ່ອຍ (minor version) ເທົັ້ນ, ເຊັ່ນການປ່ຽນ v1.34 ແທນ v1.31. ການອັບເດດໃນລະດັບ patch ເຊັ່ນ v1.34.2 ເປັນ v1.34.3 ແມ່ນໃຫ້ໃຊ້ຄຳສັ່ງ ຕາມປົກກະຕິ.dnf update
# Remove and replace with kubernetes 1.34 and 1.31 as an example
$ sudo dnf remove kubernetes1.34 kubernetes1.34-kubeadm kubernetes1.34-client
$ sudo dnf install kubernetes1.31 kubernetes1.31-kubeadm kubernetes1.31-client
The command can also be used to change from one Kubernetes release to the next. Using swap avoids re-installation of dependencies but the dnf swap dnf package specification will install all matching rpms from the repository and not just the rpms removed by the initial kubernetes1.31* package specification.kubernetes1.34*
# Remove and replace with kubernetes 1.34 and 1.31 as an example
$ sudo dnf swap kubernetes1.34* kubernetes1.31*
ນະໂຍບາຍການຍົກເລີກການນຳໃຊ້ rpm ແບບລະບຸເວີຊັນ
ໂຄງການ Kubernetes Project ຈະປ່ອຍເວີຊັນ (ຍ່ອຍ) ໃໝ່ທຸກໆ 4 ເດືອນ ເຊິ່ງຈະໄດ້ຮັບການສະໜັບສະໜູນເປັນເວລາໜຶ່ງ (1) ປີ.
Patch ສຳລັບແຕ່ລະເວີຊັນຍ່ອຍຈະຖືກປ່ອຍອອກມາທຸກໆເດືອນ.
ສອງເດືອນຫຼັງຈາກທີ່ Kubernetes ເວີຊັນໃດໜຶ່ງສິ້ນສຸດອາຍຸການໃຊ້ງານ (end-of-life), rpm ທີ່ກ່ຽວຂ້ອງຈະຖືກຍົກເລີກໃນ Rawhide ຕາມ ຂະບວນການຍົກເລີກການນຳໃຊ້ແພັກເກັດ. ແພັກເກັດສຳລັບ CRI-O ແລະ CRI-Tools ເວີຊັນທີ່ກ່ຽວຂ້ອງກໍຈະຖືກຍົກເລີກການນຳໃຊ້ເຊັ່ນກັນ.
Want to help? Learn how to contribute to Fedora Docs ›